ເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025

(VOVWORLD) - ປື້ມປົກຂຽວນີ້ລວມມີ 8 ພາກ, ດ້ວຍເນື້ອໃນຕົ້ນຕໍ
ເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025 - ảnh 1 ພິທີເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ
(ພາບ: TTXVN)

        ພິທີເປີດຕົວປື້ມປົກຂຽວ ອາຊຽນ - ອີຢູ ໄລຍະ 2024 – 2025 ຈັດຂຶ້ນໃນວັນທີ 08 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ.

        ປື້ມປົກຂຽວນີ້ລວມມີ 8 ພາກ, ດ້ວຍເນື້ອໃນຕົ້ນຕໍ, ຄື: ການພົວພັນຄູ່ຮ່ວມມື ແລະ ເຊື່ອມຕໍ່ລະຫວ່າງມະນຸດ ແລະ ອາວະກາດ; ການຮ່ວມມືຍຸດທະສາດໃຫ້ແກ່ອະນາຄົດ, ການຮ່ວມມືຍຸດທະສາດພ້ອມກັບການພັດທະນາ; ການໄປອົບພະຍົບ ແລະ ເຄື່ອນຍ້າຍ; ກຳນົດທິດໂອກາດ ແລະ ສິ່ງທ້າທາຍ… ປື້ມຫົວນີ້ໄດ້ເຕື້ອງເຖິງບັນດາບຸລິມະສິດການຮ່ວມມືຂອງ ອີຢູ ແລະ ຂໍ້ມູນອັບເດດກ່ຽວກັບບັນດາໂຄງການໂດຍ ອີຢູ ໜູນຊ່ວຍບັນດາຂົງເຂດສຳຄັນໃນ ອາຊຽນ ແລະ ບັນດາເລື່ອງລາວຕົວຈິງ, ການສົມທົບກັນຢ່າງມີປະສິດທິຜົນລະຫວ່າງ ອາຊຽນ ແລະ ອີຢູ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ